ໃນວັນທີ 10 ເມສາ 2025 ນີ້ ທີມງານອົງການກາແດງແຂວງໄຊຍະບູລີ ນໍາໂດຍ ທ່ານ ນາງ ຄໍາໄພ ຕາທິບ ຮອງຫົວໜັາອົງການກາແດງແຂວງໄດ້ຮັບການສົບທົບທຶນຈາກສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອສາຂາແຂວງໄຊຍະບູລີ ໄດ້ລົງມອບເຄື່ອງອຸປະກອນການຮຽນ ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ນັກຮຽນທຸກຍາກດ້ອຍໂອກາດ ແລະ ຜູ້ພິການປ່ຽວພອຍ ຢູ່ 2 ເມືອງຄື:ເມືອງໄຊຍະບູລີ; ເມືອງໄຊສະຖານ ຊຶ່ງມີ: ປື້ມ,ບິກ,ສໍ,ໄມ້ບັນທັດ,ນ້ຳລືບບິກ,ເກີບ,ໂສ້ງ,ເຂົ້າສານ,ປ່ອງປາ,ໜີ່ໄວໆ ແລະ ຕັ່ງສຸຂາ ໃຫ້ແກ່ ໂຮງຮຽນປະຖົມຫ້ວຍສະແງມ,ໂຮງຮຽນປະຖົມຫ້ວຍພວນ,ໂຮງຮຽນປະຖົມຄອນປຽດ ແລະ ໂຮງຮຽນ ມສ ດອຍກາວ (ເມືອງໄຊສະຖານ) ຈຸດປະສົງໃນການລົງມອບຄັ້ງນີ້ກໍ່ເພື່ອເປັນການແບ່ງເບົາພາລະໃຫ້ແກ່ຄອບຄົວທີ່ດ້ອຍໂອກາດດັ່ງກ່າວໃຫ້ນັບມື້ດີຂຶ້ນ ;ເພື່ອກະກຽມໃຫ້ກຳລັງໃຈໃນການກຽມສອບເສງຈົບຊັ້ນພາກຮຽນທີ 2 ຂອງບັນດານ້ອງໆນັກຮຽນ ໃນການມອບເຄື່ອງໃນຄັ້ງນີ້ມີນ້ອງນັກຮຽນທີ່ໄດ້ຮັບຜົນປະໂຫຍດທັງໝົດ 181ນ້ອງ ຍິງ 94 ນ້ອງໃນນັ້ນມີຄອບຄົວຄົນພິການ 3 ຄອບຄົວ ທີ່ບ້ານຫ້ວຍສະແງມລວມມູນຄ່າການຊ່ວຍເຫຼືອທັງໝົດແມ່ນ 43,059,000 ກີບ ການລົງມອບເຄື່ອງໃນຄັ້ງນີ້ແມ່ນໄດ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ສົນໃຈຕິດຕໍ່ນັກຂ່າວຊ່ອງທາງໃດນໍ
ReplyDelete